Wednesday, November 29, 2023

ເຕັກໂນໂລຊີ ກະສິກໍາ (Agriculture Technology)

        ທ່າມກາງສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເພີ່ມຂຶ້ນຂອງປະຊາກອນທົ່ວທຸກມູມໂລກ, ຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາດ້ານອຸດສະຫະກໍາ, ກະສິກໍາ ໄດ້ມີບົດບາດສໍາຄັນ ແລະ ກາຍເປັນເປົ້າຫມາຍຂອງຫລາຍປະເທດ ໃນການກໍານົດນະໂຍບາຍ ເພື່ອຄໍ້າປະກັນຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ພັດທະນາອຸດສະຫະກໍາ, ກະສິກໍາ ເພື່ອຕອບສະຫນອງກັບຄວາມຕ້ອງການທີ່ເພີ່ມຂຶ້ນໃນສະພາວະການປ່ຽນແປງດິນຟ້າອາກາດ. ການພັດທະນາເຕັກໂນໂລຊີດ້ານການກະສິກຳ ແມ່ນວຽກງານຫນຶ່ງທີ່ສໍາຄັນໃນການສະນັບສະຫນູນວຽກງານດັ່ງກ່າວ ໂດຍເປົ້າຫມາຍເພື່ອເພີ່ມສະມັດຕະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ໂດຍສະເພາະເຕັກໂນໂລຊີການປູກຝັງ, ການລ້ຽງສັດ ແລະ ການປະມົງ ເພື່ອຕອບສະຫນອງທາງດ້ານທັນຍາຫານ ແລະ ອາຫານໃຫ້ແກ່ສັງຄົມ, ວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງ ລວມທັງເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ.

ສໍາລັບ ສປປ ລາວ ພັກ- ລັດ ໄດ້ຊຸກຍູ້, ສົ່ງເສີມ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນໃສ່ການຜະລິດກະສິກໍາຢ່າງກ້ວາງຂວາງ ແລະ ທັນສະໄໝເທື່ອລະກ້າວ, ແນໃສ່ຂະຫຍາຍການຜະລິດກະສິກໍາ ເພື່ອຮັບປະກັນການສະຫນອງສະບຽງອາຫານ ແລະ ການຜະລິດ ເປັນສິນຄ້າ, ສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງ ແລະ ຂະຫຍາຍອຸດສາຫະກໍາປຸງແຕ່ງກະສິກໍາ, ເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ທັງຮັບປະກັນບໍ່ໃຫ້ກໍ່ຄວາມເສັຽຫາຍ ແລະ ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.

No comments:

Post a Comment